ນະຄອນຫຼວງວຽງຈັນ, ວັນທີ 18 ພຶດສະພາ 2026

ກະຊວງການເງິນ ໄດ້ຈັດພິທີປະກາດການຈັດຕັ້ງແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ບໍລິສັດ AGL ປະກັນໄພລາວ ຢ່າງເປັນທາງການ ບົນພື້ນຖານການຫັນປ່ຽນ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນຂັ້ນນຳພາ ເພື່ອຂັບເຄື່ອນອົງກອນໃຫ້ເຕີບໂຕຢ່າງຍືນຍົງ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ. ໂດຍມີຄະນະບໍລິຫານງານ, ຫົວໜ້າພະແນກ ແລະ ພະນັກງານຫຼັກແຫຼ່ງຂອງ ບໍລິສັດ AGL ປະກັນໄພລາວ, ພ້ອມດ້ວຍຕາງໜ້າຈາກບັນດາກົມກອງອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ (ເຊິ່ງກ່ອນໜ້ານີ້ດຳລົງຕຳແໜ່ງເປັນ ຮັກສາການຜູ້ອຳນວຍການໃຫຍ່) ຂຶ້ນດຳລົງຕຳແໜ່ງເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ AGL ປະກັນໄພລາວ ຢ່າງເປັນທາງການ ຍ້ອນມີຜົນງານການນຳພາອົງກອນທີ່ໂດດເດັ່ນ, ມີຄວາມຮູ້ຄວາມສາມາດ ແລະ ປະສົບການສູງໃນຂະແໜງການເງິນ-ປະກັນໄພ.

ໃນໂອກາດອັນສະຫງ່າລາສີນີ, ທ່ານ ສັນຕິພາບ ພົມວິຫານ ໄດ້ໃຫ້ກຽດໂອ້ລົມ ແລະ ມອບທິດຊີ້ນຳແກ່ຜູ້ອຳນວຍການໃຫຍ່ຄົນໃໝ່ ພ້ອມດ້ວຍຄະນະບໍລິຫານງານ ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບ, ຕັ້ງໜ້າປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມທັນສະໄໝ, ໂປ່ງໃສ ແລະ ຮັກສາມາດຕະຖານການບໍລິການທີ່ດີເລີດ ເພື່ອເຮັດໃຫ້ AGL ປະກັນໄພລາວ ໃນຖານະບໍລິສັດທີ່ລັດຖະບານຖືຮຸ້ນ 100% ຍັງຄົງເປັນເສົາຄ້ຳທີ່ແຂງແກ່ນ ແລະ ໝັ້ນຄົງ ໃນການປົກປ້ອງຄວາມສ່ຽງໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ດ້ານ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ, ຜູ້ອຳນວຍການໃຫຍ່ AGL ຄົນໃໝ່ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊຶ້ງມາຍັງ ຂັ້ນເທິງ, ໂດຍສະເພາະແມ່ນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທີ່ໄດ້ໃຫ້ຄວາມໄວ້ວາງໃຈ ແລະ ມອບໝາຍໜ້າທີ່ອັນມີກຽດນີ້ໃຫ້. ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມເທທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ຮ່ວມແຮງຮ່ວມໃຈກັບຄະນະບໍລິຫານງານ ແລະ ພະນັກງານທຸກຄົນ ເພື່ອນຳພາ AGL ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ບົນຍຸດທະສາດການຫັນເປັນດິຈິຕອນ ແລະ ການບໍລິການທີ່ເປັນເລີດ.