ຄວາມປາດຖະໜາ ຄວາມຝັນ ແລະ ຄວາມທ້າທາຍ

ບໍລິສັດ ອາລິອັນສ໌ ເອົາໃຈໃສ່ຕໍ່ພະນັກງານ, ເບີ່ງແຍ່ງ ຄວາມຕ້ອງການ ແລະ ຄວາມປາດຖະ ໜາ ຂອງພວກເຂົາ. ພວກເຮົາສ້າງສະພາບແວດລ້ອມໃຫ້ ທຸກຄົນມີຄວາມໝັ້ນໃຈໃນການຄົ້ນຫາຕົນເອງ ແລະ ເຕີບໃຫຍ່ໄປພ້ອມກັນ.

ພວກ​ເຮົາ​ແມ່ນ​ໃຜ?

ພວກເຮົາພູມໃຈ ທີ່ເປັນໜຶ່ງໃນບໍລິສັດປະກັນໄພທີ່ໜ້າເຊື່ອຖືທີ່ສຸດໃນປະເທດລາວ, ມີສະພາບແວດລ້ອມການເຮັດວຽກທີ່ເປັນມິດ ແລະ ມີຄວາມຢືດຢຸ່ນ, ການປະສົມປະສານຂອງວັດທະນະທຳ ທີ່ແຕກຕ່າງ ແລະ ເປັນສະຖານທີ່ການຮຽນຮູ້ບໍ່ມີວັນສີ້ນສຸດ. ເພື່ອພັດທະນາ ທັກສະໃໝ່ ແລະ ໂອກາດໃໝ່ໆທີ່ໜ້າຕື່ນເຕັ້ນ. ເບິ່ງແຍງເອົາໃຈໃສ່ ທຸກໆຄົນ ເພື່ອ ອະນາຄົດທີ່ດີໄປນຳກັນ. ທ່ານສົນໃຈຢາກ  ເປັນທີມນຳພວກເຮົາບໍ?

ບໍລິສັດ ອາລິອັນສ໌ ປະກັນໄພລາວ ຍິນດີຕ້ອນຮັບທຸກທ່ານ, ບໍລິສັດພວກເຮົາມີບັນຍາກາດໃນການປະຕິບັດວຽກງານແບບເປັນກັນເອງ ທີ່ເຕັມໄປດ້ວຍຄວາມຫຼາກຫຼາຍທາງດ້ານວັດທະນະທໍາ, ການຊຸກຍູ້ສະໜັບສະໜູນ ແລະ ໂອກາດພັດທະນາຕົນເອງ ຜ່ານການຍົກລະດັບທັກສະ, ການແລກປ່ຽນປະສົບການ ແລະ ທີມງານທີ່ມີຄວາມຊໍານານຫຼາກຫຼາຍຂະແຫນງການ.

ພວກເຮົາກຳລັງຊອກຫາເພື່ອນຮ່ວມງານເພື່ອມາປະຈໍາຢູ່ສໍານັກງານໃຫ່ຍທີ່ນະຄອນຫຼວງວຽງຈັນ ໃນຕໍາແໜ່ງດັ່ງນີ້:

No Job Title Department Download Form
1 Head of Procurement and Administration Support
(ຫົວໜ້າໜ່ວຍງານຈັດຊື້ ແລະ ບໍລິຫານ)
Org
ພະແນກຈັດຊື້ ແລະ ບໍລິຫານ
PDFDownload
2 Building Expert
(ຜູ້ຊ່ຽວຊານດ້ານການບໍລິຫານຕຶກ)
Property
ພະແນກຊັບສິນ
PDFDownload
3 Legal Officer
(ພະນັກງານກົດໝາຍ)
L&C
ພະແນກກົດໝາຍ
PDFDownload
4 UNDERWRITER FOR HUMAN RELATED PRODUCT
ພະນັກງານອອກສັນຍາປະກັນໄພ
Persons
ພະແນກບຸກຄົນ
PDFDownload
5 Risk Survey Engineer
ພະນັກງານສຳຫຼວດຄວາມສ່ຽງ
P&C
ພະແນກຊັບສິນ ແລະ ຄວາມຮັບຜິດຊອບ
PDFDownload
6 Insurance Field Manager
ຜູ້ຈັດການພາກສະໜາມ
MKT
ພະແນກການຕະຫຼາດ
PDFDownload
7 Web and Mobile App Developer
ພະນັກງານພັດທະນາລະບົບ
IT
ພະແນກໄອທີ
PDFDownload
ກະລຸນາສົ່ງອີແມລຫາພວກເຮົາໄດ້ທີ່: recruitment@agl-allianz.com
ແບບຟອມສະໝັກວຽກ
ສອບຖາມອອນລາຍນ໌
ສໍານັກງານໃຫຍ່
ດາວໂຫຼດແອັບພີເຄຊັ້ນ

ດາວໂຫຼດ My Insurance App ໄດ້ທີ່:

ຕົວແທນປະກັນໄພ